ກິດຈະກໍາລະນຶກເຖິງ ວັນກຳມະກອນສາກົນ


ກິດຈະກໍາລະນຶກເຖິງວັນກຳມະກອນສາກົນ ໂດຍມີກຸ່ມເປົ້າໝາຍ ເປັນນັກສຶກສາຈາກໂຮງຮຽນອະຊີວະສຶກສາຫຼາຍກວ່າ 150 ຄົນ ເຂົ້າມາເເລກປ່ຽນບົດຮຽນໃນວັນພຸດນີ້. ໂດຍອົງການວິນຣ໋ອກສາກົນ ຮ່ວມມືກັບ ກົມສັງຄົມສົງເຄາະ, ກະຊວງເເຮງງານ ເເລະ ສະຫວັດດີການສັງຄົມ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ອົງການເພື່ອການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID). ພາຍໃນງານດັ່ງກ່າວ, ນັກສຶກສາໄດ້ມີໂອກາດໃນການເຮັດກິດຈະກຳ ເເລະ ຝຶກອົບຮົມໃນຫົວຂໍ້ຕ່າງໆ ເພື່ອໃຫ້ພວກເຂົາໄດ້ຮັບຮູ້ ເເລະ ເຂົ້າໃຈເຖິງຄວາມໝາຍຂອງການຄ້າມະນຸດໃນສະຖານທີ່ເຮັດວຽກ ພ້ອມທັງມີວິທີປ້ອງກັນ ຫຼື ຫຼີກລ່ຽງການຕົກເປັນເຫຍື່ອຂອງການຄ້າມະນຸດ ເພື່ອໃຫ້ພວກເຂົາໄດ້ເຂົ້າເຖິງການກຽມຄວາມພ້ອມໃນການປະກອບອາຊີບ ເເລະ ຍັງເປັນການປູກຈິດສຳນຶກກ່ຽວກັບໄພອັນຕະລາຍຂອງການຄ້າມະນຸດໃນສັງຄົມປັດຈຸບັນ.

USAID - US Agency for International Development and the Department of Social Welfare celebrated the International Labor Day on Wednesday with over 150 students from vocational schools in attendance. During this event, students had the opportunity to exchange ideas through activities and workshops on a variety of topics, while learning to recognize human trafficking in the workplace, how to access career preparation materials, and raise awareness about the risks of human trafficking in society.

ກິດຈະກໍາລະນຶກເຖິງວັນກຳມະກອນສາກົນ… - U.S. Embassy Vientiane | Facebook