ມາຮຽນຮູ້ ກອງທັພປະຊາທິປະໄຕ ຂອງປະຊາຊົນ ຣັສເຊັຽ

ມາຮຽນຮູ້ ກອງທັພປະຊາທິປະໄຕ ຂອງປະຊາຊົນ ຣັສເຊັຽ, ກອງທັພປະຊາຊົນ ຣັສເຊັຽ ມີ 2 ກຸ່ມ ເພື່ອຕໍ່ສູ້ກັບທະຫານຂອງ ຜະເດັດການ ປູຕິນ.

ອີງຕາມນັກຂ່າວ ຣອຍເຕີ ໄດ້ຣາຍງານ ວັນທີ 5 ເດືອນນີ້ June, 2023 ວ່າ: ກອງທັພປະຊາທິປະໄຕ ຂອງປະຊາຊົນ ຣັສເຊັຽ ກຸ່ມທີ່ 1 ມີຊື່ວ່າ: Russian Volunteer Corps (RVC) (ກອງທັພອາສາສະມັກຂອງປະຊາຊົນ ຣັສເຊັຽ) ແລະ ກອງທັພປະຊາທິປະໄຕ ຂອງປະຊາຊົນ ຣັສເຊັຽ ກຸ່ມທີ່ 2 ມີຊື່ວ່າ: Freedom of Russia Legion (ກອງທັພເສຣີພາບແຫ່ງ ຣັສເຊັຽ)

ກອງທັພປະຊາທິປະໄຕ ຂອງປະຊາຊົນ ຣັສເຊັຽ ກຸ່ມທີ່ 1 (RVC) ເປັນກອງທັພອາສາສະມັກຈາກປະຊາຊົນ ທັງຍິງແລະຊາຍ ນ້ອຍແລະໃຫຍ່ ທີ່ບໍ່ຍອມຮັບ ຄວາມເປັນຜະເດັດການ ຈາກ ປູຕິນ ປະຊາຊົນເຫລົ່ານີ້ລຸກຂຶ້ນມາຈັບອາວຸທ ເພື່ອຕໍ່ຕ້ານກັບຄວາມບໍ່ເປັນທັມ ຂອງ ປູຕິນ ຢູ່ໃນປະເທສ ຣັສເຊັຽ ເອງ.

ກອງທັພປະຊາທິປະໄຕ ຂອງປະຊາຊົນ ຣັສເຊັຽ ກຸ່ມທີ່ 2 ທີ່ມີຊື່ວ່າ: Freedom of Russia Legion ເປັນທະຫານ ຣັສເຊັຽ ທີ່ມາບຸກຣົບ ໃນປະເທສ ຢູເຄຣນ ແລ້ວຍອມຈຳນົນ ຫລັງຈາກນັ້ນ ກໍພາກັນໂຮມຕົວກັນ ສ້າງຕັ້ງໜ່ວຍຣົບພິເສດ ສູ້ກັບທະຫານ ຜະເດັດການຂອງ ປູຕິນ, ໜ່ວຍຣົບນີ້ໄດ້ຮັບການອຸ້ມຊູຍູ້ໜູນ ຈາກ ທະຫານ ຢູເຄຣນ.

ກອງທັພປະຊາທິປະໄຕ ຂອງປະຊາຊົນ ຣັສເຊັຽ ທັງ 2 ກຸ່ມນີ້ ຮ່ວມມືກັນ ເປີດບັ້ນຣົບຄົ້ງໃຫຍ່ Russia’s western Belgorod ເພື່ອຢຶດອຳນາດ ບໍ່ຍອມຂຶ້ນກັບ ຜະເດັດການ ປູຕິນ ແລະມີການປະທະກັນກັບ ທະຫານ ປູຕິນ ໃນຕົ້ນເດືອນນີ້ ດັ່ງທີ່ພວກທ່ານ ເຫັນຕາມຂ່າວຕ່າງໆ ເມື່ອຕົ້ນເດືອນນີ້.